Laos pictures NnYy8ilp4u HCj GNt w Y4WD8pi Bvmhg H%im4Gg Jjl3
| Laos Pictures ຮູບພາບປະເທດລາວ | |
| LaosPictures.png | |
| ສະຖາປະນາ | 15 ກໍລະກົດ 2012 |
|---|---|
| ປະເພດ | ເຄືອຂ່າຍສັງຄົມອອນລາຍ |
| ທີ່ຢູ່ | ປະເທດລາວ, ນະຄອນຫຼວງວຽງຈັນ. Vientiane, Lao PDR |
| ເຄືອຂ່າຍ | Facebook Youtube Google + |
| ເວັບ | Laos Pictures ຮູບພາບປະເທດລາວ' |
Laos Pictures ຮູບພາບປະເທດລາວ ເປັນເຄືອຂ່າຍສັງຄົມອອນລາຍທີ່ສ້າງຂື້ນເພື່ອນຳສະເໜີສິ່ງຕ່າງໆກ່ຽວກັບປະເທດລາວ ທາງດ້ານວັດທະນະທຳ, ສັງຄົມ, ຮີດຄອງປະເພນີ, ທຳມະຊາດ, ສະຖານທີ່, ເຫດການ, ແລະ ບຸກຄົນ ທີ່ກ່ຽວຂ້ອງກັບປະເທດລາວຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ໂດຍຜ່ານຮູບພາບ, ຮູບເງົາ, ບົດຄວາມ(ບົດບັນທຶກ) . ເຊິ່ງສ່ວນໃຫຍ່ຂອງການນຳສະເໜີແມ່ນຈະເນັ້ນໜັກໃນດ້ານການທ່ອງທ່ຽວ ແລະ ມີຂ່າວສານບ້ານເມືອງເປັນບາງເວລາ.
ເນື້ອໃນ
- ໑ ປະຫວັດ
- ໒ ຈຸດປະສົງ
- ໓ ອ້າງອີງ
- ໔ ແຫຼ່ງຂໍ້ມູນອື່ນ
ປະຫວັດ[ແກ້ໄຂ]
Laos Pictures ຮູບພາບປະເທດລາວ ໄດ້ຖືກສ້າງຕັ້ງຂື້ນທຳອິດໃນວັນທີ 15 ກໍລະກົດ 2012 ໂດຍການສ້າງໜ້າເທິງ Facebook ແລະ ຫຼັງຈາກນັ້ນກໍ່ໄດ້ມີການຕໍ່ຍອດເປັນເຄືອຂ່າຍໃນຫຼາຍເວັບໄຊ໌ສັງຄົມອອນລາຍເຊັ່ນ: Twitter, Youtube, Instagram, Google+ ແລະອື່ນໆ ເພື່ອເປັນການເພີ່ມຊ່ອງທາງໃນການເຂົ້າເຖິງເຄືອຂ່າຍຂອງ Laos Pictures ຮູບພາບປະເທດລາວ ໃນຫຼາຍຊ່ ອງທາງ.
ຈຸດປະສົງ[ແກ້ໄຂ]
Laos Pictures ຮູບພາບປະເທດລາວ ຖືກສ້າງຕັ້ງຂື້ນພາຍໃຕ້ຄວາມຮັບຜິດຊອບຂອງກຸ່ມຄົນທີ່ບໍ່ຂື້ນກັບອົງກອນໃດ ເຊິ່ງມີຈຸດປະສົງຫຼັກທີ່ສຳຄັນທີ່ສຸດຄື ການນຳສະເໜີ ປະເທດລາວ ໃຫ້ເປັນທີ່ຮູ້ຈັກຫຼາຍຂື້ນຂອງຄົນໃນຊາດ ແລະ ຕ່າງປະເທດ ຜ່ານເວັບໄຊ໌ສັງຄົມອອນລາຍຕ່າງໆທີ່ເປັນທີ່ນິຍົມຂອງຄົນສັງຄົມໃນຍຸກປັດຈຸບັນ.